ສາຍການບິນລາວ ກັບມາເປີດໃຫ້ບໍລິການຖ້ຽວບິນກົງ ວຽງຈັນ - ດານັງ ອີກຄັ້ງ - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ລັດວິສາຫະກິດການບິນລາວ (Lao Airlines) ມີຄວາມຍິນດີແຈ້ງໃຫ້ຊາບວ່າ ເພື່ອເປັນການຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານ ແລະ ເຊື່ອມຕໍ່ການເດີນທາງທີ່ສະດວກສະບາຍ,

ທາງສາຍການບິນຈະ ກັບມາເປີດໃຫ້ບໍລິການ ຖ້ຽວບິນກົງລະຫວ່າງ ນະຄອນຫຼວງວຽງຈັນ ຫາ ເມືອງດານັງ (ສສ ຫວຽດນາມ) ຢ່າງເປັນທາງການອີກຄັ້ງ.

ການກັບມາໃຫ້ບໍລິການໃນເສັ້ນທາງນີ້ ຈະເລີ່ມຕົ້ນຂຶ້ນຕັ້ງແຕ່ວັນທີ 29 ມີນາ 2026 ເປັນຕົ້ນໄປ, ໂດຍມີຕາຕະລາງການບິນ ດັ່ງລາຍລະອຽດລຸ່ມນີ້:

ຊ່ອງທາງການຈອງປີ້ ແລະ ຕິດຕໍ່ສອບຖາມ: ເພື່ອຄວາມສະດວກສະບາຍ, ທ່ານສາມາດກວດສອບລາຄາ, ຈອງປີ້ຍົນ ແລະ ສອບຖາມຂໍ້ມູນເພີ່ມຕື່ມໄດ້ຜ່ານຊ່ອງທາງຕ່າງໆ ດັ່ງນີ້:

ຂໍຂອບໃຈທຸກທ່ານທີ່ໃຫ້ຄວາມໄວ້ວາງໃຈ ແລະ ເລືອກໃຊ້ບໍລິການ ສາຍການບິນລາວ ດ້ວຍດີສະເໝີມາ. ພວກເຮົາຍິນດີຕ້ອນຮັບທຸກທ່ານສູ່ຖ້ຽວບິນຂອງພວກເຮົາອີກຄັ້ງ.