ທ່ານ ຄໍາຫລ້າ ພົມມະວັນ ຜູ້ອໍານວຍການໃຫ່ຍລັດວິສາຫະກິດການບິນລາວ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ພະນະທ່ານ Prashant Agrawal ເອກອັກຄະລັດຖະທູດແຫ່ງສາທາລະນະລັດອິນເດຍ ປະຈໍາ ສປປ ລາວ - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ໃນວັນທີ 21 ພະຈິກ 2023 ທີ່ຜ່ານມາ, ທ່ານ ຄໍາຫລ້າ ພົມມະວັນ ຜູ້ອໍານວຍການໃຫ່ຍລັດວິສາຫະກິດການບິນລາວ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ພະນະທ່ານ Prashant Agrawal ເອກອັກຄະລັດຖະທູດແຫ່ງສາທາລະນະລັດອິນເດຍ ປະຈໍາ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດວຽກງານການບິນ ພ້ອມທັງແລກປ່ຽນ ຄວາມຄິດເຫັນ ໃນການສຶກສາຄວາມເປັນໄປໄດ້ໃນການເປີດເສັ້ນບິນກົງ ລະຫວ່າງ ສປປ ລາວ ກັບ ສາທາລະນະລັດ ອິນເດຍ ໃນອະນາຄົດ.