ລັດວິສາຫະກິດການບິນລາວ ແລະ ຫວຽດເຈັດແອ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມມືໃນຂົງເຂດບໍລິການສ້ອມບຳລຸງເຮືອບິນ. - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ລັດວິສາຫະກິດການບິນລາວ ແລະ ຫວຽດເຈັດແອ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມມືໃນຂົງເຂດບໍລິການສ້ອມບຳລຸງເຮືອບິນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈໄດ້ຖືກຈັດຂືື້ນໃນວັນທີ 31 ພຶດສະພາ 2023 ຢູ່ນະຄອນໂຮ່ຈິມິນ. ໂດຍມີ ຕົວແທນຈາກກົມການບິນພົນລະເຮືອນ ຫວຽດນາມ ແລະ ຜູ້ບໍລິຫານຂອງທັງສອງສາຍການບິນ ເຂົ້າຮ່ວມ. ບົດບັນທຶກຄວາມເຂົ້າໃຈສະບັບນີ້ ກວມເອົາຫຼາຍຂົງເຂດໃນວຽກງານ ວິສະວະກຳ ແລະ ສ້ອມບໍາລຸງເຮືອບິນ ເຊັ່ນ: ການເຊົ່າພື້ນທີ່ອູ່ສ້ອມແປງ, ການສ້ອມບໍາລຸງລະດັບ C ໃຫ້ກັບບັນດາເຮືອບິນຂອງຫວຽດເຈັດແອ ແລະ ການພັດທະນາບຸກຄະລາກອນ.
ໃນພິທີເຊັນສັນຍາດັ່ງກ່າວ ທ່ານ ຄຳຫຼ້າ ພົມມະວັນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດການບິນລາວ ໄດ້ເວົ້າເຖິງ ກາລະໂອກາດຕໍ່ທັງສອງສາຍການບິນ ທີ່ຈະມາພ້ອມກັບບົດບັນທຶກຄວາມເຂົ້າໃຈສະບັບນີ້ ແລະ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ການບິນລາວ ຈະສະໜອງການບໍລິການຢ່າງມີຄຸນນະພາບສູງ.
ນອກຈະນີ້ຜູ້ອຳນວຍການໃຫຍ່ ພ້ອມດ້ວຍຄະນະບໍລິຫານຂອງການບິນລາວ ຍັງໄດ້ໄປຢ້ຽມຢາມສູນຝຶກອົບຮົມການບິນຂອງ ຫວຽດເຈັດ ທີ່ມີຫ້ອງຂັບຈຳລອງ, ອຸປະກອນຝຶກອົບຮົມນ່າຍຊ່າງ ແລະ ສະຖານທີ່ຝຶກຊ້ອມເຫດການສຸກເສີນສຳລັບຈຸຫ້ອງໂດຍສານ.