ສໍາລັບຜູ້ໂດຍສານໃນຊັ້ນປະຢັດແຕ່ລະທ່ານສາມາດພົກພາກະເປົາຕິດໂຕຂື້ນເຮືອບິນໄດ້ໜຶ່ງໜ່ວຍ ໂດຍບໍ່ໄດ້ເສຍ ຄ່າທໍານຽມໃດໆ.ແຕ່ຕ້ອງມີນ້ຳໜັກບໍ່ໃຫ້ເກີນ 7 ກິໂລ, ແລະ ຕ້ອງມີຂະໜາດບໍ່ເກີນ 115 ຊັງຕີແມັດ (30 ຊ.ມ X 60 ຊ.ມ X 18 ຊ.ມ) ຫຼື ທຽບເທົ່າ (12 ນິ້ວ x 24 ນິ້ວ x 7 ນິ້ວ). ສາຍການບິນລາວອາດຈະປະຕິເສດ ກະເປົາເຄື່ອງທີ່ພົກຕິດໂຕຂື້ນເຮືອບິນຂອງທ່ານ ເພື່ອໃຫ້ທ່ານຜູ້ໂດຍສານໂຫຼດກະເປົາລົງກ້ອງເຮືອບິນ ຫຼື ຊ່ອງເກັບມ້ຽນກະເປົາຢູ່ດ້ານໜ້າ ຫຼື ດ້ານຫຼັງຂອງເຮືອບິນ. ຖ້ານຳ້ໜັກ ແລະ ຂະໜາດຂອງກະເປົາຫາກບໍ່ເປັນໄປ ຕາມເງື່ອນໄຂທີ່ກໍານົດໄວ້ໃນຂ້າງເທິງນີ້.
ໂດຍທົ່ວໄປແລ້ວ,ສາຍການບິນລາວໄດ້ໃຊ້ນະໂຍບາຍກະເປົາເຄື່ອງທີ່ພົກຕິດໂຕຂຶ້ນເຮືອບິນຕາມມາດຕະຖານສາກົນ.ແຕ່ແນວໃດກໍ່ຕາມອາດມີບາງສາຍການບິນທີ່ນໍາໃຊ້ນະໂຍບາຍທີ່ແຕກຕ່າງກັນໄດ້.ຫາກການເດີນທາງຂອງທ່ານຕ້ອງເຊື່ອມຕໍ່ກັບສາຍການບິນອື່ນ,ພວກເຮົາແນະນໍາໃຫ້ທ່ານສອບຖາມນະໂຍບາຍການໃຫ້ບໍລິການດ້ານກະເປົາພົກພາຂຶ້ນເຮືອບິນນໍາສາຍການບິນນັ້ນໆພ້ອມທັງປະຕິບັດຕາມ ເພື່ອຮັບປະກັນໃຫ້ການເດີນທາງຂອງທ່ານບໍ່ມີບັນຫາ.
ນອກຈາກກະເປົາເຄື່ອງທີ່ພົກຕິດໂຕຂຶ້ນເຮືອບິນທົ່ວໄປແລ້ວ.ຜູ້ໂດຍສານແຕ່ລະຄົນອາດຈະສາມາດພົກພາເຄື່ອງຂອງສ່ວນຕົວບາງຢ່າງຂຶ້ນເຮືອບິນນໍາໄດ້ໂດຍບໍ່ໄດ້ເສຍຄ່າບໍລິການໃດໆເພີ່ມເຕີມ.ເປັນສິ່ງຂອງທີ່ອາດຈະຈໍາເປັນຕ້ອງໄດ້ໃຊ້ໃນຂະນະທີ່ຈະຂຶ້ນເຮືອບິນ,ຢູ່ໃນເຮືອບິນ,ຫຼື ຂະນະທີ່ລົງຈາກເຮືອບິນ.ໂດຍການເກັບຮັກສາ ແລະ ຄຸ້ມຄອງຂອງຜູ້ໂດຍ ສານເອງ
ດ້ວຍເຫດຜົນດ້ານຄວາມປອດໄພ, ຫ້າມນຳເຄື່ອງຂອງທີ່ເປັນອັນຕະລາຍທາງດ້ານລຸ່ມນີ້ໃສ່ໃນກະເປົາເດີນທາງຂອງ ຜູ້ໂດຍສານຢ່າງເດັດຂາດ:
ຫາກພົບເຫັນສິ່ງຂອງເຫຼົ່ານີ້ໃນກະເປົາຕິດໂຕຂຶ້ນເຮືອບິນຂອງຜູ້ໂດຍສານ ສິ່ງຂອງ ຫຼື ເຄື່ອງດັ່ງກ່າວຈະຖືກຍຶດໂດຍ ເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ຈະບໍ່ສົ່ງຄືນໃຫ້ຜູ້ໂດຍສານ. ການບິນລາວຈະບໍ່ຮັບຜີດຊອບ ຫຼື ເກັບຮັກສາ ເຄື່ອງດັ່ງກ່າວໃຫ້ຜູ້ໂດຍສານໃນທຸກໆກໍລະນີ.
ໂດຍສານຊັ້ນປະຢັດ: ນໍ້າໜັກສູງສຸດທີ່ອະນຸຍາດໃຫ້ແມ່ນ 20 ກິໂລ (44 ປອນ) ສໍາລັບຜູ້ໃຫຍ່ ຫຼື ເດັກນ້ອຍ ແລະ 10 ກິໂລ (22 ປອນ) ສໍາລັບແອນ້ອຍ.
ໂດຍສານຊັ້ນທຸລະກິດ: ນໍ້າໜັກສູງສຸດທີ່ອະນຸຍາດໃຫ້ແມ່ນ 30 ກິໂລ (66 ປອນ) ສໍາລັບຜູ້ໃຫຍ່ ຫຼື ເດັກນ້ອຍ ແລະ 10 ກິໂລ(22 ປອນ) ສໍາລັບແອນ້ອຍ.
ໝາຍເຫດ: – ເສັ້ນທາງ ຫຼວງນໍ້າທາ – ວຽງຈັນ ແລະ ອຸດົມໄຊ – ວຽງຈັນ ນໍ້າໜັກກະເປົາເດີນທາງເຊັກອິນທີ່ອະນຸຍາດໃຫ້ແມ່ນ 15 ກິໂລ (33 ປອນ) ແລະ 5ກິໂລ (11 ປອນ) ສຳລັບກະເປົາຕິດໂຕຂຶ້ນເຮືອບິນ.
ກະເປົາເດີນທາງທີ່ໄດ້ໂຫຼດລົງກ້ອງເຮືອບິນ ຫຼື ໂຫຼດໃສ່ໄວ້ທີ່ບ່ອນເກັບມ້ຽນກະເປົານັ້ນ ແມ່ນຫ້າມບໍ່ໃຫ້ໃສ່ເງິນ, ເຄື່ອງປະດັບ, ວັດຖຸໂລຫະທີ່ມີມູນຄ່າສູງ, ເຄື່ອງເງິນ, ເອກະສານຄ້ຳປະກັນ, ເອກະສານຫຼັກຊັບ ຫຼື ຂອງມີຄ່າອື່ນໆ, ເອກະສານທາງທຸລະກິດ, ໜັງສືຜ່ານແດນ ແລະ ເອກະສານຢັ້ງຢືນຕົວຕົນ ຫຼື ຕົວຢ່າງຜະລິດຕະພັນ ແລະ ອື່ນໆ.
ດ້ວຍເຫດຜົນທາງດ້ານຄວາມປອດໄພ, ສາຍການບິນອາດຈະຕ້ອງໄດ້ຂໍໃຫ້ຜູ້ໂດຍສານອະນຸຍາດໃນການກວດຄົ້ນຜູ້ໂດຍສານ ແລະ ກະເປົາເດີນທາງຂອງທ່ານ ແລະ ສາຍການບິນຂໍສະຫງວນສິດໃນການເປີດກະເປົາເດີນທາງຂອງທ່ານໄດ້ ເພື່ອກວດຫາເຄື່ອງຂອງທີ່ຕ້ອງຫ້າມພົກພາຂຶ້ນເຮືອບິນ ຫຼື ເຄື່ອງຂອງທີ່ຈໍາກັດຈໍານວນພົກພາ ແລະ ເຄື່ອງຂອງຜິດກົດໝາຍ ໃນກໍລະນີທີ່ແຈ້ງຫາເຈົ້າຂອງແລ້ວບໍ່ມີໃຜສະແດງຕົນ. ຖ້າຫາກຜູ້ໂດຍສານບໍ່ຍິນຍອມ, ປະຕິເສດບໍ່ໃຫ້ກວດສອບເຄື່ອງ ຫຼື ກະເປົາເດີນທາງດັ່ງກ່າວ. ສາຍການບິນຂໍຫງວນສິດປະຕິເສດການເດີນທາງຂອງຜູ້ໂດຍສານ ຫຼື ປະຕິເສດການຂົນສົ່ງ ເຄື່ອງ(ກະເປົາເດີນທາງຂອງທ່ານ)ໃນກໍລະນີດັ່ງກ່າວສາຍການບິນຈະບໍ່ຮັບຜິດຊອບຕໍ່ກັບຄ່າໃຊ້ຈ່າຍ ໃດໆທີ່ຈະເກີດຂຶ້ນ ຕາມພາຍຫຼັງດ້ວຍ.ຍົກເວັ້ນຜູ້ໂດຍສານຕ້ອງການຢາກຈະຂໍຖອນເງິນຄືນ,ແຕ່ຕ້ອງໄດ້ປະຕິດຕາມກົດລະບຽບປະຈຸບັນຂອງສາຍ ການບິນເທົ່ານັ້ນ.
ມີຜົນວັນທີ: 17 ກຸມພາ 2023 – ຈົນກ່ວາຈະມີການແຈ້ງປ່ຽນແປງໃໝ່.
ເສັ້ນທາງ | ລາຄາ/ກິໂລ (ໂດລາ) | ລາຄາ/ກິໂລ (ກີບ) |
ເສັ້ນທາງຕ່າງປະເທດ | ||
ວຽງຈັນ (VTE) - ບາງກອກ (BKK) | 6 | N/A |
ວຽງຈັນ (VTE) - ອິນຊອນ (ICN) | 12 | N/A |
ວຽງຈັນ (VTE) - ກວາງໂຈ (CAN) | 10 | N/A |
ວຽງຈັນ (VTE) - ຊຽງໃໝ່ (CNX) | 7 | N/A |
ວຽງຈັນ (VTE) - ຮາໂນຍ (HAN) | 6 | N/A |
ວຽງຈັນ (VTE) - ດາໜັງ (DAD) | 6 | N/A |
ວຽງຈັນ (VTE) - ສຽມລຽບ (REP) | 8 | N/A |
ວຽງຈັນ (VTE) - ຄຸນໝິງ (KMG) | 8 | N/A |
ວຽງຈັນ (VTE) - ຊຽງຮຸ່ງ (JHG) | 7 | N/A |
ວຽງຈັນ (VTE) - ສາງໂຈວ (CZX) | 10 | N/A |
ວຽງຈັນ (VTE) - ໂຮຈີມິນ (SGN) | 10 | N/A |
ວຽງຈັນ (VTE) - ພະນົມເປັນ (PNH) | 8 | N/A |
ວຽງຈັນ (VTE) - ເຊິງຕູ (CTU) | 9 | N/A |
ວຽງຈັນ (VTE) - ສາງຊາ (CSX) | 9 | N/A |
ວຽງຈັນ (VTE) - ຊຽງໄຮ້ (PVG) | 9 | N/A |
ວຽງຈັນ (VTE) - ຮາງໂຈວ (HGH) | 9 | N/A |
ວຽງຈັນ (VTE) - ມູອານ (MWX) | 12 | N/A |
ວຽງຈັນ (VTE) - ເວິນໂຈ່ວ (WNZ) | 9 | N/A |
ຫຼວງພະບາງ (LPQ) - ເຊິງຕູ (CTU) | 7 | N/A |
ຫຼວງພະບາງ (LPQ) - ອິນຊອນ (ICN) | 13 | N/A |
ຫຼວງພະບາງ (LPQ) - ສິງກະໂປ (SIN) | 10 | N/A |
ຫຼວງພະບາງ (LPQ) - ຊຽງຮຸ່ງ (JHG) | 5 | N/A |
ຫຼວງພະບາງ (LPQ) - ຊຽງໃໝ່ (CNX) | 7 | N/A |
ຫຼວງພະບາງ (LPQ) - ກຸງເທບ (BKK) | 9 | N/A |
ຫຼວງພະບາງ (LPQ) - ຮາໂນຍ (HAN) | 7 | N/A |
ຫຼວງພະບາງ (LPQ) - ສຽມລຽບ (REP) | 9 | N/A |
ຫຼວງພະບາງ (LPQ) - ສາງຊາ (CSX) | 10 | N/A |
ຫຼວງພະບາງ (LPQ) - ຄຸນໝິງ (KMG) | 10 | N/A |
ປາກເຊ (PKZ) - ສຽມລຽບ (REP) | 5 | N/A |
ປາກເຊ (PKZ) - ບາງກອກ (BKK) | 5 | N/A |
ປາກເຊ (PKZ) - ໂຮຈີມິນ (SGN) | 5 | N/A |
ສະຫວັນນະເຂດ (ZVK) - ບາງກອກ (BKK) | 5 | N/A |
ເສັ້ນທາງພາຍໃນປະເທດ | ||
ວຽງຈັນ (VTE) - ຫຼວງພະບາງ (LPQ) | 2 | 37,000 |
ວຽງຈັນ (VTE) - ຊຽງຂວາງ (XKH) | 2 | 37,000 |
ວຽງຈັນ (VTE) - ອຸດົມໄຊ (ODY) | 2 | 37,000 |
ວຽງຈັນ (VTE) - ຫຼວງນ້ຳທາ (LXG) | 2 | 37,000 |
ວຽງຈັນ (VTE) - ສະຫວັນນະເຂດ (ZVK) | 2 | 37,000 |
ວຽງຈັນ (VTE) - ປາກເຊ (PKZ) | 2.5 | 46,250 |
ສະຫວັນນະເຂດ (ZVK) - ປາກເຊ (PKZ) | 1 | 18,500 |
ຫຼວງພະບາງ (LPQ) - ປາກເຊ (PKZ) | 3 | 55,500 |
ໝາຍເຫດ
ສໍາລັບຜູ້ໂດຍສານປ່ຽນຖ້ຽວບິນທີ່ຕ້ອງກວດສອບຄວາມປອດໄພຂອງກະເປົາຄືນທີ່ສະໜາມບິນຄຸນໝິງ ຫຼື ສະໜາມບິນກວາງໂຈ, ແມ່ນຈໍາເປັນຕ້ອງໄດ້ຂໍວີຊາ(VISA)ເຂົ້າປະເທດຈີນ.
ສາຍການບິນໄທ
ສາຍການບິນຫວຽດນາມ
ສາຍການບິນກຸງເທບ