fbpx

ການບິນລາວ

ເວລາແຈ້ງປີ້ເຮືອບິນ

ຜູ້ໂດຍສານຄວນກວດສອບໃຫ້ແນ່ໃຈວ່າໄດ້ໄປແຈ້ງປີ້ເຮືອບິນ (Check-in) ພາຍໃນເວລາດັ່ງຕໍ່ໄປນີ້:
ເວລາເປີດໃຫ້ບໍລິການ

ເວລາສໍາລັບການເຊັກອິນອອນລາຍ

  • ສໍາລັບຖ້ຽວບິນພາຍໃນປະເທດ ແມ່ນສາມາດເລີ່ມເຊັກອິນໄດ້ ຕັ້ງແຕ່ 24 ຊົ່ວໂມງຫາ 1 ຊົ່ວໂມງກ່ອນອອກເດີນທາງ.
  • ການເຊັກອິນອອນລາຍສຳລັບຖ້ຽວບິນລະຫວ່າງປະເທດຖືກປິດການໃຊ້ງານຊົ່ວຄາວ, ເນື່ອງຈາກມີຄວາມຈຳເປັນທີ່ຕ້ອງກວດກາເພີ່ມເຕີມຢູ່ສະໜາມບິນ ເພື່ອປະຕິບັດຕາມເງື່ອນໄຂການເດີນທາງ ເຂົ້າ- ອອກປະເທດໃນປະຈຸບັນໃນໄລຍະການລະບາດຂອງ Covid-19.

ໝາຍເຫດ: ກໍລະນີເຫຼົ່ານີ້ແມ່ນບໍ່ສາມາດເຊັກອິນອອນລາຍໄດ້:

  • ຜູ້ໂດຍສານທີ່ເດີນທາງພ້ອມແອນ້ອຍ, ຫຼື ຜູ້ໂດຍສານຖືພາ
  • ຜູ້ໂດຍສານມີຂໍ້ຈຳກັດດ້ານການເຄື່ອນໄຫວ(ເສຍອົງຄະ) ຫຼື ຕ້ອງການຄວາມຊ່ວຍເຫຼືອເປັນພິເສດ
  • ມີຜູ້ໂດຍສານຫຼາຍກວ່າ 9 ຄົນ ຢູ່ໃນລະຫັດການຈອງດຽວກັນ
  • ກະເປົ໋າເຊັກອິນທັງໝົດຈະຕ້ອງສະແດງຢູ່ເຄົາເຕີເຊັກອິນ.

ເວລາສໍາລັບການເຊັກອິນຢູ່ທີ່ສະໜາມບິນ

  • ຖ້ຽວບິນຕ່າງປະເທດ: ຜູ້ໂດຍສານຕ້ອງໄດ້ໄປແຈ້ງປີ້ເຮືອບິນ (Check-in) ບໍ່ຕ່ຳກວ່າ 2 ຊົ່ວໂມງ ກ່ອນກໍານົດເວລາອອກເດີນທາງ.
  • ຖ້ຽວບິນພາຍໃນປະເທດ: ໂດຍສານຕ້ອງໄດ້ໄປແຈ້ງປີ້ເຮືອບິນ (Check-in) ບໍ່ຕໍ່າກວ່າ 01:30 ຊ.ນ (ຊົ່ວໂມງເຄິ່ງ) ກ່ອນກໍານົດເວລາອອກເດີນທາງ.
  • ຖ້າຫາກທ່ານບໍ່ຜ່ານຂະບວນການແຈ້ງປີ້ເຮືອບິນ (Check-in) ແລະ ໄດ້ຮັບບັດຂື້ນເຮືອບິນ (Boarding) ໄດ້ຕາມເວລາທີ່ກໍານົດໄວໃນຂ້າງເທີງນີ້. ທ່ານຈະບໍ່ສາມາດສາມາດອອກເດີນທາງໃນຖ້ຽວບິນນັ້ນໄດ້. ຂຶ້ນຢູ່ກັບເງື່ອນໄຂ ແລະ ຂໍ້ກໍານົດປີ້ເຮືອບິນຂອງຜູ້ໂດຍສານ,ຖ້າຫາກໄປແຈ້ງປີ້ເຮືອບິນບໍ່ທັນຕາມເວລາຈະສາມາດດໍາເນີນຂັ້ນຕອນໄດ້ດັ່ງລຸ່ມນີ້:
  • ປີ້ເຮືອບິນຂອງທ່ານຫາກບໍ່ສາມາດປຽ່ນແປງບັນດາຂໍ້ກໍານົດໃນການເດີນທາງໄດ້ ຫຼື ບໍ່ສາມາດຖອນເງີນຄືນໄດ້.  ທ່ານໂດຍສານຈໍາເປັນຕ້ອງໄດ້ເຮັດການຈອງ ແລະ ອອກປີ້ເຮືອບິນໃໝ່ຕາມລາຄາທີ່ຍັງຫວ່າງຢູ່.
  • ປີ້ເຮືອບິນຂອງທ່ານຕ້ອງໄດ້ຈ່າຍຄ່າທໍານຽມການປ່ຽນແປງ, ແລະ/ຫຼື ສ່ວນຕ່າງຄ່າປີ້ເຮືອບິນຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນປີ້ເຮືອບິນຂອງທ່ານ.
ໝາຍເຫດ: ທ່ານຄວນທີ່ຈະພົກໃບປີ້ເຮືອບິນ(ແບບອີເລັກໂຕຣນິກ) ຫຼື ໃບບິນການຈ່າຍເງີນຄ່າປີ້ເຮືອບິນຕິດໂຕໄວ້ຕະຫຼອດເວລາໃນການເດີນທາງລະຫວ່າງປະເທດ ຫຼື ພາຍໃນປະເທດກໍ່ຕາມ