ການບິນລາວໄດ້ເປີດໃຫ້ບໍລິການຖ້ຽວບິນກົງຢ່າງເປັນທາງການຈາກນະຄອນຫຼວງວຽງຈັນສູ່ເມືອງດານັງ ໃນວັນທີ 30 ມີນາ 2023 - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ໃນວັນທີ 30 ມີນາ 2023 ທີ່ຜ່ານມາ ສາຍການບິນລາວໄດ້ເປີດໃຫ້ບໍລິການຖ້ຽວບິນກົງ ຢ່າງເປັນທາງການຈາກນະຄອນຫຼວງວຽງຈັນ ສູ່ເມືອງດານັງ ເຊິ່ງເປັນເມືອງສຳຄັນທາງດ້ານການຄ້າ ແລະ ການທ່ອງທ່ຽວທາງພາກກາງຂອງປະເທດຫວຽດນາມ ເສັ້ນທາງນີ້ຈະຊ່ວຍເພີ່ມຄວາມສະດວກສະບາຍໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດລວມໄປເຖິງນັກທຸລະກິດທີ່ຕ້ອງການເດີນທາງໄປທ່ອງທ່ຽວເມືອງທ່ອງທ່ຽວທີ່ຕິດກັບທະເລ ທີ່ໃຊ້ໄລຍະເວລາເດີນທາງທີ່ສັ້ນພຽງແຕ່ 1 ຊົ່ວໂມງ 10 ນາທີຈາກນະຄອນຫຼວງວຽງຈັນ. ນອກຈາກນີ້ການເປີດທ່ຽວບິນກົງນີ້ຍັງຈະຊ່ວຍສົ່ງເສີມການເຊື່ອມຕໍ່ທາງການຄົມມະນາຄົມລະຫວ່າງປະເທດ ແລະ ເປັນສ້າງໂອກາດໃນການພັດທະນາເສດຖະກິດຂອງສອງປະເທດ.