ຜູ້ອໍານວຍການໃຫ່ຍລັດວິສາຫະກິດການບິນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງ​ປະ​ຊຸມ​ໃຫຍ່​ສາ​ມັນຄັ້ງທີ 79 ​ປະ​ຈໍາ​ປີ 2023 ຂອງສະມາຄົມຂົນສົ່ງທາງອາກາດສາກົນ (79th IATA Annual General Meeting (AGM) ແລະ​ ກອງ​ປະ​ຊຸມ World Transport Summit 2023 - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ໃນລະຫວ່າງວັນທີ 4-6 ມີຖຸນາ 2023, ທ່ານ ຄໍາຫລ້າ ພົມມະວັນ ຜູ້ອໍານວຍການໃຫ່ຍລັດວິສາຫະກິດການບິນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງ​ປະ​ຊຸມ​ໃຫຍ່​ສາ​ມັນຄັ້ງທີ 79 ​ປະ​ຈໍາ​ປີ 2023 ຂອງສະມາຄົມຂົນສົ່ງທາງອາກາດສາກົນ (79th IATA Annual General Meeting (AGM) ແລະ​ ກອງ​ປະ​ຊຸມ World Transport Summit 2023 ​ເຊິ່ງໄດ້ຈັດຂຶ້ນທີ່ນະຄອນອິດສະຕານບູນ, ປະເທດຕວກກີ. ກອງປະຊຸມດັ່ງກ່າວເປັນ​ການ​ເຕົ້າ​ໂຮມ​ບັນດາຜູ້ບໍລິຫານລະດັບສູງຂອງ​ສາຍ​ການ​ບິນທົ່ວໂລກທີ່ເປັນສະມາຊິກຂອງສະມາຄົມຂົນສົ່ງທາງອາກາດສາກົນ (IATA) ແລະ ຄູ່ຮ່ວມມືຍຸດທະສາດຕ່າງໆ ເຊິ່ງໄດ້ມີການປຶກສາຫາລືກ່ຽວກັບສະພາບລວມຂອງທຸລະກິດການບິນໃນທົ່ວໂລກ ໂດຍສະເພາະແມ່ນການຟື້ນຕົວຈາກຜົນກະທົບຂອງການແຜ່ລະບາດ Covid-19, ເລື່ອງຄວາມປອດໄພ, ບັນດາສິ່ງທ້າທາຍ ແລະ ກາລະໂອກາດ, ແລະ ຄວາມຢືນຢົງຂອງຂົງເຂດວຽກງານການບິນ. ໃນໂອກາດດັ່ງກ່າວ ທ່ານ ຄໍາຫລ້າ ພົມມະວັນ ຜູ້ອໍານວຍການໃຫ່ຍລັດວິສາຫະກິດການບິນລາວ ຍັງໄດ້ພົບປະ ແລະ ປຶກສາຫາລືແລກປ່ຽນນໍາ Mr. Conrad Clifford, ເລຂາທີການ ຂອງສະມາຄົມຂົນສົ່ງທາງອາກາດສາກົນ.