ພີທີຕ້ອນຮັບການກັບມາເປີດໃຫ້ບໍລິການຄືນໃໝ່ຂອງຖ້ຽວບິນເສັ້ນທາງ CNX, HAN & REP - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ການບິນລາວຈັດພິທີຕ້ອນຮັບການກັບມາເປີດໃຫ້ບໍລິການຄືນໃໝ່ຂອງຖ້ຽວບິນເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງພະບາງ – ຊຽງໃໝ່ ; ຫຼວງພະບາງ – ຮາໂນຍ ແລະ ຫຼວງພະບາງ – ປາກເຊ – ສຽມລຽບ. ເພື່ອເປັນການຟື້ນຟູການທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ຫຼັງຈາກທີ່ໄດ້ລະງັບຖ້ຽວບິນເສັ້ນທາງດັ່ງກ່າວໄປເປັນເວລາຫຼາຍປີເນື່ອງຈາກການລະບາດຂອງພະຍາດ COVID-19 ເຊິ່ງໄດ້ຮັບການຕອບຮັບເປັນຢ່າງດີຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
– ເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງພະບາງ – ຊຽງໃໝ່ ໃຫ້ບໍລິການທຸກວັນ ພຸດ, ສຸກ ແລະ ອາທິດ ເລີ່ມວັນທີ 30 ຕຸລາ 2022 ເປັນຕົ້ນໄປ.
– ເສັ້ນທາງ ຫຼວງພະບາງ – ຮາໂນຍ ໃຫ້ບໍລິການທຸກວັນ ພຸດ, ສຸກ ແລະ ອາທິດ ເລີ່ມວັນທີ 30 ຕຸລາ 2022 ເປັນຕົ້ນໄປ.
– ເສັ້ນທາງ ຫຼວງພະບາງ |  ນະຄອນຫຼວງວຽງຈັນ – ປາກເຊ – ສຽມລຽບ ໃຫ້ບໍລິການທຸກວັນອັງຄານ, ພະຫັດ ແລະ ເສົາ ເລີ່ມວັນທີ 01 ພະຈິກ 2022 ເປັນຕົ້ນໄປ.
ຜູ້ໂດຍສານສາມາດເບິ່ງຂໍ້ມູນເພີ່ມຕື່ມລາຍລະອຽດຖ້ຽວບິນ ພ້ອມທັງຈອງໄດ້ທີ່ www.laoairlines.com ແອພພິເຄຊັນ Lao Airlines ,ຫ້ອງຂາຍປີ້ເຮືອບິນການບິນລາວ ສາຍດ່ວນ 1626 ຫຼື ຕົວແທນຈຳໜ່າຍປີ້ເຮືອບິນທົ່ວໄປ
————————————–