ທ່ານ Philip GOH (ຮອງປະທານ ສະມາຄົມຂົນສົ່ງທາງອາກາດສາກົນ IATA) ມາຢ້ຽມຢາມ ການບິນລາວ - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ໃນວັນທີ 09 ພະຈິກ 2022, ທ່ານ ຄໍາຫລ້າ ພົມມະວັນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດການບິນລາວ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ປະຊຸມຮ່ວມກັບທ່ານ Philip GOH ເນື່ອງໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ສປປ ລາວ ພາຍຫລັງທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຮອງປະທານ ສະມາຄົມຂົນສົ່ງທາງອາກາດສາກົນ (IATA) ຜູ້ໃໝ່ປະຈໍາຂົງເຂດອາຊີ-ປາຊີຟິກ. ໃນໂອກາດດັ່ງກ່າວນີ້ທ່ານ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດການບິນລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລັດວິສາຫະກິດການບິນລາວ ແລະ ສະມາຄົມຂົນສົ່ງທາງອາກາດສາກົນ (IATA). ສໍາລັບລັດວິສາຫະກິດການບິນລາວ ແມ່ນໄດ້ຮັບໃບຢັ້ງຢືນມາດຕະຖານຄວາມປອດໄພການບິນ IOSA ແລະ ເປັນສະມາຊິກສົມບູນຂອງ ສະມາຄົມຂົນສົ່ງທາງອາກາດສາກົນ (IATA)