ແຈ້ງການສຳລັບຜູ້ໂດຍສານເດີນທາງໄປ ສສ ຫວຽດນາມ: ລະບົບລົງທະບຽນຂໍ້ມູນກ່ອນເຂົ້າປະເທດອອນລາຍ
ການບິນລາວ ຂໍແຈ້ງໃຫ້ຜູ້ໂດຍສານທີ່ມີແຜນເດີນທາງໄປ ສາທາລະນະລັດສັງຄົມນິຍົມຫວຽດນາມ ຊາບວ່າ ກົມກວດຄົນເຂົ້າເມືອງ ສສ ຫວຽດນາມ ໄດ້ເປີດນຳໃຊ້ລະບົບລົງທະບຽນຂໍ້ມູນກ່ອນເຂົ້າປະເທດ (Pre-Arrival Information Declaration) ຜ່ານຊ່ອງທາງອອນລາຍ ເພື່ອອຳນວຍຄວາມສະດວກ ແລະ ເພີ່ມຄວາມວ່ອງໄວໃນຂັ້ນຕອນກວດຄົນເຂົ້າເມືອງເມື່ອເດີນທາງຮອດປະເທດຫວຽດນາມ.
ຜູ້ໂດຍສານສາມາດລົງທະບຽນໄດ້ພາຍໃນ 72 ຊົ່ວໂມງ (3 ວັນ) ກ່ອນເວລາອອກເດີນທາງ ຜ່ານເວັບໄຊທາງການຂອງກົມກວດຄົນເຂົ້າເມືອງ ສສ ຫວຽດນາມ:
https://prearrival.immigration.gov.vn/
ຂັ້ນຕອນການລົງທະບຽນ
• ເຂົ້າສູ່ເວັບໄຊທາງການ ຫຼື ສະແກນ QR Code ຕາມຮູບປະກາດ
• ກອກຂໍ້ມູນຕາມທີ່ລະບົບກຳນົດ
• ບັນທຶກ QR Code ທີ່ໄດ້ຮັບຫຼັງການລົງທະບຽນສຳເລັດ
• ສະແດງ QR Code ຕໍ່ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ເມື່ອຮອດສະໜາມບິນປາຍທາງ ຖ້າຖືກຮ້ອງຂໍ

ໝາຍເຫດ
ຜູ້ໂດຍສານຍັງສາມາດດຳເນີນການກອກຂໍ້ມູນເມື່ອເດີນທາງຮອດສະໜາມບິນໃນປະເທດຫວຽດນາມໄດ້ຕາມປົກກະຕິ. ແນວໃດກໍຕາມ ເພື່ອໃຫ້ການເດີນທາງເປັນໄປຢ່າງສະດວກ ແລະ ວ່ອງໄວຍິ່ງຂຶ້ນ ການບິນລາວຂໍແນະນຳໃຫ້ຜູ້ໂດຍສານດຳເນີນການລົງທະບຽນອອນລາຍກ່ອນເດີນທາງ.



