ລັດວິສາຫະກິດ ການບິນລາວ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈັບມືກັນເປັນຄູ່ຮ່ວມຍຸດທະສາດ ເພື່ອຍົກລະດັບການບໍລິການທີ່ທັນສະໄໝ - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ນະຄອນຫຼວງວຽງຈັນ, ວັນທີ 02 ເມສາ 2026 – ລັດວິສາຫະກິດ ການບິນລາວ (Lao Airlines) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືເປັນຄູ່ຮ່ວມຍຸດທະສາດຢ່າງເປັນທາງການ ເພື່ອຮ່ວມກັນພັດທະນາ ແລະ ຫັນເປັນທັນສະໄໝໃນການບໍລິການລູກຄ້າ.

ບາດກ້າວໃໝ່ແຫ່ງການບໍລິການດິຈິຕອນ

ການຮ່ວມມືໃນຄັ້ງນີ້ ມີເປົ້າໝາຍຫຼັກເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ໂດຍສານ ຜ່ານການເຊື່ອມໂຍງເຕັກໂນໂລຊີທາງດ້ານການເງິນ ແລະ ການບິນ ເຂົ້າກັນຢ່າງມີປະສິດທິພາບ ໂດຍມີຈຸດສຸມທີ່ສຳຄັນດັ່ງນີ້:

  • ການເຊື່ອມຕໍ່ລະບົບຊຳລະເງິນ: ນຳໃຊ້ລະບົບ E-Commerce Payment Gateway ຂອງ BCEL ເຂົ້າໃນລະບົບການຈອງປີ້ໃໝ່ (Sabre) ຂອງການບິນລາວ ເພື່ອໃຫ້ການຊຳລະເງິນຜ່ານບັດ ແລະ ຊ່ອງທາງອອນລາຍ ມີຄວາມວ່ອງໄວ ແລະ ປອດໄພສູງ.

  • ການພັດທະນາຜ່ານແອັບ BCEL One: ເພີ່ມຂີດຄວາມສາມາດໃນການຈອງປີ້ຍົນ ແລະ ຊຳລະເງິນໂດຍກົງຜ່ານແອັບພລິເຄຊັນ BCEL One ເພື່ອຕອບໂຈມໄລຟ໌ສະໄຕລ໌ຂອງຄົນຮຸ່ນໃໝ່.

  • ສິດທິປະໂຫຍດພິເສດ: ປັບປຸງໂຄງການບັດຊຳລະຮ່ວມ (Co-Brand Card) ແລະ ບັດສະສົມຄະແນນໃນຮູບແບບ Virtual Card ເພື່ອມອບສິດທິພິເສດ ແລະ ຄະແນນສະສົມໃຫ້ແກ່ສະມາຊິກ.

ຄຳໝັ້ນສັນຍາເພື່ອປະສົບການທີ່ດີກວ່າ

ທັງສອງອົງກອນ ມີຄວາມພ້ອມທີ່ຈະກ້າວໄປຂ້າງໜ້າ ເພື່ອມອບປະສົບການການເດີນທາງ ແລະ ການຊຳລະເງິນທີ່ສະດວກ, ວ່ອງໄວ ແລະ ປອດໄພ ໃຫ້ແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງເປັນການຊຸກຍູ້ການຫັນເປັນດິຈິຕອນ (Digital Transformation) ໃນຂະແໜງການບິນ ແລະ ການເງິນ ຂອງ ສປປ ລາວ ໃຫ້ກ້າວສູ່ລະດັບສາກົນ.