ມາດຕະການເຂົ້າ-ອອກ ສປປ ລາວ ທາງອາກາດ, ທາງບົກ ແລະ ທາງນຳ້ – ເລີ່ມແຕ່ວັນທີ 09 ພຶດສະພາ 2022 ເປັນຕົ້ນໄປ ເປີດດ່ານສາກົນທຸກດ່ານ ເລິ່ມປະຕິບັດການຍົກເວັ້ນວິຊາສອງຝ່າຍ ຫຼື ຝ່າຍດຽວ, ເປີດຄືນການຂໍວິຊາກັບດ່ານ ແລະ ລະບົບ E-visa ສາມາດນຳໃຊ້ພາຫະນະຕ່າງໆ ເຂົ້າ-ອອກ ສປປ ລາວ ຄືກັບໄລຍະກ່ອນການລະບາດຂອງພະຍາດໂຄວິດ-19 ສຳລັບຜູ້ທີ່ສັກວັກຊີນຄົບໂດສ ໃບຢັ້ງຢືນການສັກວັກຊີນຄົບໂດສ ສຳລັບຜູ້ທີ່ຍັງບໍ່ທັນສັກວັກຊີນ ຫຼື ສັກວັກຊີນບໍ່ຄົບໂດສ ບໍ່ຕ້ອງມີໃບຢັ້ງຢືນການສັກວັກຊີນ ມີຜົນກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງກ່ອນອອກຈາກປະເທດຕົ້ນທາງ, ຍົກເວັ້ນຜູ້ມີອາຍຸຕໍ່າກວ່າ 12 ປີ ມາດຕະການຜ່ອນຜັນ ຂັ້ນຕອນ ແລະ ເອກະສານເຫຼົ່ານີ້ ແມ່ນບໍ່ຈຳເປັນ: ການກວດ RT-PCR ກ່ອນອອກເດີນທາງ ການກວດ ATK ຢູ່ດ່ານສຳລັບຜູ້ທີ່ສັກວັກຊີນຄົບໂດສ ປະກັນໄພໂຄວິດ-19 ການລົງທະບຽນໃນລະບົບ Lao Green Pass ການຈຳກັດບໍລິເວນ ທີ່ມາ: ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 627/ຫສນຍ, ລົງວັນທີ 07/05/2022 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ