ຂັ້ນຕອນ ແລະ ເງື່ອນໄຂການເດີນທາງເຂົ້າ ສ ເກົາຫຼີ - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ຜູ້ທີ່ມີແຜນຈະເດີນທາງໄປ ສສ ເກົາຫລີ ຄວນຮູ້ເຖິງຂໍ້ມູນທີ່ຈຳເປັນທີ່ມີຢູ່ໃນປະຈຸບັນດັ່ງນີ້:

ສິ່ງທີ່ໂດສານຈະຕ້ອງກຽມກ່ອນເດີນທາງ

  • ກວດພະຍາດໂຄວິດ-19 ທີ່ມີຜົນເປັນລົບ (-) ດ້ວຍວິທີ RT-PCR 72 ຊົ່ວໂມງກ່ອນເດີນທາງເຂົ້າເກົາຫລີ ຫຼື ກວດ Antigen ແບບໄວ (ບໍ່ກວດດ້ວຍຕົນເອງ, ຕ້ອງກວດຜ່ານໂຮງໝໍທີ່ສາມາດອອກໃບຢັ້ງຢືນໄດ້ ) 24 ຊົ່ວໂມງກ່ອນເດີນທາງເຂົ້າເກົາຫລີ.
  • ເດັກນ້ອຍອາຍຸຕໍ່າກວ່າ 2 ປີແມ່ນຍົກເວັ້ນ
  • ດາວໂຫລດແອັບ E-ETA ເພື່ອຮັບຂໍ້ມູນອັຍເດດໃນການເດີນທາງເຂົ້າ-ອອກ ເກົາຫລີ ທີ່ຢັ້ງຢືນໂດຍ ລັດຖະບານ ຂອງ ສສເກົາຫລີ, ຫລື ສາມາດເຂົ້າໄປທີ່ Website https://www.k-eta.go.kr
  • Visa ເຂົ້າເກົາຫລີ.
  • ໃບຈອງໂຮງແຮມເພື່ອລໍຖ້າຜົນກວດ ATK ພາຍໃນ 24 ຊົ່ວໂມງ (ສຳລັບຄົນເກົາຫຼີແມ່ນຍົກເວັ້ນ)

ໝາຍເຫດ: ຂໍ້ມູນອາດມີການປ່ຽນແປງຕ້ອງສຶກສາຂໍ້ມູນເພີ່ມຕື່ມກ່ອນເດີນທາງ