ໂຄງການພັດທະນາຄວາມຍືນຍົງຂອງລັດວິສາຫະກິດການບິນລາວ - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ໂຄງການພັດທະນາຄວາມຍືນຍົງຂອງລັດວິສາຫະກິດການບິນລາວ (Lao Airlines Sustainable Development Project) ແມ່ນໂຄງການທີ່ກະຊວງໂຍທາທິການ ແລະ ຂົນສົ່ງເປັນເຈົ້າຂອງໂຄງການ ແລະ ມີລັດວິສາຫະກິດການບິນລາວເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການ ເຊິ່ງເປັນໂຄງການຊ່ວຍເຫຼືອລ້າທີ່ທະນາຄານໂລກ (World Bank) ເປັນຜູ້ບໍລິຫານທຶນຊ່ວຍເຫຼືອລ້າທີ່ສະໜອງໃຫ້ໂດຍ ອົງການເພື່ອການພັດທະນາລະຫວ່າງປະເທດຂອງອາເມລິກາ (USAID) ຜ່ານກອງທຶນຄຸ້ມຄອງການເງິນ (FMUTF) ມີມູນຄ່າລວມ 1,75 ລ້ານໂດລາ ສະຫະລັດ, ຄາດຄະເນວ່າໄລຍະການຈັດຕັ້ງປະຕິບັດໂຄງການເລີ່ມແຕ່ 15 ມັງກອນ 2024 – 30 ມິຖຸນາ 2026. ງົບປະມານດັ່ງກ່າວແມ່ນຈະນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 03 ໜ້າວຽກຕົ້ນຕໍ ດັ່ງນີ້:

  1. ສ້າງແຜນຍຸດທະສາດທາງດ້ານການປັບໂຄງສ້າງ ແລະ ແນວທາງການປະຕິຮູບຂອງລັດວິສາຫະກິດການບິນລາວ
  2. ການເພີ່ມປະສິດທິພາບທາງດ້ານການບໍລິຫານທຸລະກິດສາຍການບິນ ໂດຍສະເພາະການຊ່ວຍເຫຼືອສະໜອງຜູ້ຊ່ຽວຊານທາງດ້ານທຸລະກິດສາຍການບິນເຊັ່ນ: ຊ່ຽວຊານຊ່ວຍທາງດ້ານປັບປຸງແຜນຍຸດທະສາດ ແລະ ແຜນທຸລະກິດ, ຊ່ຽວຊານຊ່ວຍທາງດ້ານການເງິນຂອງທຸລະກິດສາຍການບິນ, ຊ່ຽວຊານຊ່ວຍທາງດ້ານການບໍລິຫານຄຸ້ມຄອງທຸລະກິດສາຍການບິນ, ຊ່ຽວຊານຊ່ວຍທາງດ້ານປັບປຸງລະບົບບໍລິການຜູ້ໂດຍສານ PSS, ຊ່ຽວຊານຊ່ວຍທາງດ້ານເຕັກນິກ, ສ້ອມບໍາລຸງ ແລະ ຄວາມປອດໄພການບິນ, ຊ່ຽວຊານຊ່ວຍທາງດ້ານການກວດສອບພາຍນອກ.
  3. ປັບປຸງລະບົບບໍລິການຜູ້ໂດຍສານ.

ເອກະສານທີ່ກ່ຽວຂ້ອງ:P181359 Draft ESCP_Lao (Update 28 NOV 2023) – Clean Draft-SEP (Update 28 NOV 2023) by PTI and QV_clean P181359 ESCP (Update 28 NOV 2023)LMP – (Update 05 DEC 2023)