ລັດວິສາຫະກິດການບິນລາວ ແລະ ແຂວງ ຈະລານຳໂດ ( Jeollanam-do ), ສ.ເກົາຫລີ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສົ່ງເສີມ ເສັ້ນບິນໃໝ່ລະຫວ່າງ ວຽງຈັນ-ມູອານ-ວຽງຈັນ ແລະ ຫລວງພະບາງ-ມູອານ-ຫລວງພະບາງ. - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ລັດວິສາຫະກິດການບິນລາວ ແລະ ແຂວງ ຈະລານຳໂດ ( Jeollanam-do ), ສ.ເກົາຫລີ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສົ່ງເສີມ ເສັ້ນບິນໃໝ່ລະຫວ່າງ ວຽງຈັນ-ມູອານ-ວຽງຈັນ ແລະ ຫລວງພະບາງ-ມູອານ-ຫລວງພະບາງ.
ໃນວັນທີ 23 ກໍລະກົດ 2024, ທ່ານ ຄຳຫລ້າ ພົມມະວັນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດການບິນລາວ ພ້ອມດ້ວຍຄະນະ ໄດ້ລົງພົບປະ, ເຮັດວຽກ ໂດຍການຕ້ອນຮັບຈາກ Mr Kim Yung-Rok ເຈົ້າແຂວງຈະລານຳໂດ (Jeollanam-do governor), Mr Kim-San ເຈົ້າເມືອງມ່ວນ (Muan-gun governor) , Mr Lee Jeong-ki ຮັກສາການອຳນວຍການໃຫຍ່ ສະຫນາມບິນເກົາຫລີ ( Korea airports corporation ) ພ້ອມດ້ວຍຄະນະ ເພື່ອຄົ້ນຄວ້າການຮ່ວມມືສົ່ງເສີມຖ້ຽວບິນລະຫວ່າງ ວຽງຈັນ-ມູອານ-ວຽງຈັນ, ຫລວງພະບາງ-ມູອານ-ຫລວງພະບາງ ກໍ່ຄືການສົ່ງເສີມການທ່ອງທ່ຽວ, ເສດຖະກິດ, ຄົມມະນາຄົມຂອງທັງ2ປະເທດ ພ້ອມດຽວກັນນີ້ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ການຮ່ວມມືລະຫວ່າງ ລັດວິສາຫະກິດການບິນລາວ, ແຂວງຈະລານຳໂດ (Jeollanam-do), ເມືອງ ມູອານ ( Muan-gun ) ແລະ ສະຫນາມບິນເກົາຫລີ ( Korea airports corporation) ເພື່ອໃຫ້ການຈັດຕັ້ງປະຕິບັດໃຫ້ມີປະສິດຕິພາບ ແລະ ປະສິດຕິພົນສູງສຸດ.