ງານວາງສະແດງ ແລະ ແລກປ່ຽນການສຶກສາຮ່ວມມືກັບຂະແໜງອຸດສາຫະກຳຈີນ-ລ້ານຊ້າງ-ແມ່ນ້ຳຂອງ, ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-24 ສິງຫາ 2024 - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ລັດວິສາຫະກິດ ການບິນລາວຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບຄຳເຊີນເພື່ອເຂົ້າຮ່ວມງານວາງສະແດງ ແລະ ແລກປ່ຽນສຶກສາຮ່ວມມືກັບຂະແໜງອຸດສາຫະກຳຈີນ-ລ້ານຊ້າງ-ແມ່ນ້ຳຂອງ, ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-24 ສິງຫາ 2024 ທີ່ຜ່ານມາ. ລັດວິສາຫະກິດ​ການບິນ​ລາວ ​ແລະ ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຊີ​ອາ​ຊີບ​ກຸ້ຍ​ໂຈ່​ວ ສາຂາ​ເຕັກໂນໂລຊີ ​ແລະ ຂໍ້​ມູນ​ຂ່າວສານ ຈຶ່ງໄດ້ຮ່ວມລົງນາມເຮັດບົດບັນທຶກວ່າດ້ວຍການຮ່ວມມື ໂດຍສອດຄ່ອງກັບຄຳໝັ້ນສັນຍາຂອງພວກເຮົາ ທີ່ຈະກ້າວໄປສູ່ການພັດທະນາຊັບພະຍາກອນມະນຸດ. ການບິນລາວຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນຢ່າງສູງມາ​ຍັງ​ ມະ​ຫາ​ວິ​ທະ​ຍາ​ໄລ Guizhou ສໍາ​ລັບ​​ການເຊື້ອເຊີນ​ ແລະ​ ​​ສົ່ງເສີມຄວາມຮ່ວມມືທີ່ສໍາຄັນນີ້.