fbpx

ການບິນລາວ

📣ລັດວິສາຫະກິດການບິນລາວ ມີຄວາມຕ້ອງການຮັບສະໝັກ ພະນັກງານ ຈຸຫ້ອງໂດຍສານ ຈຳນວນ 20 ຕຳແໜ່ງ !

🔵ເງື່ອນໄຂ:

1. ສັນຊາດລາວ, ສະຖານະພາບໂສດ, ອາຍຸລະຫວ່າງ 18 – 25 ປີ.

2. ມີບຸກຄະລິກກະພາບ ແລະ ຮູບຮ່າງໜ້າຕາດີ, ມີຄວາມໝັ້ນໃຈໃນຕົວເອງ.

3. ມີມະນຸດສໍາພັນດີ ແລະ ບໍ່ມີລາຍສັກ.

4. ມີສຸຂະພາບແຂງແຮງ ຕາມມາດຕະຖານຂອງພະນັກງານຈຸຫ້ອງໂດຍສານ.

5. ມີລວງສູງ 160 cm ຂຶ້ນໄປ ແຕ່ບໍ່ໃຫ້ເກີນ 175 cm (ສໍາລັບເພດຍິງ) ແລະ 165 cm ຂຶ້ນໄປ ແຕ່ບໍ່ໃຫ້ເກີນ 185 cm (ສໍາລັບເພດຊາຍ).

6. ມີນໍ້າໜັກສົມສ່ວນຕາມມາດຖານເງື່ອນໄຂທີ່ກໍານົດຄື ເອົາລວງສູງຂອງຮ່າງກາຍລົບໃຫ້ 100 ສໍາລັບເພດຊາຍ, ລວງສູງລົບໃຫ້ 105 ສໍາລັບເພດຍິງ (ຫຼຸດ ຫຼື ລື່ນ ບໍ່ໃຫ້ເກີນ 2 ກິໂລ). 🔵ມາດຖານ:

1. ລະດັບວັດທະນາທໍາຈົບຊັ້ນ ມ.ປາຍ ຂຶ້ນໄປ.

2. ມີຄວາມສາມາດໃນການສື່ສານພາສາຕ່າງປະເທດໃນລະດັບທີ່ດີ ເຊັ່ນ: ພາສາອັງກິດ(ເປັນຫຼັກ), ພາສາຈີນ ແລະ ພາສາເກົາຫຼີ.

3. ມີຄວາມສາມາດໃນການໃຊ້ຄອມພິວເຕີໃນລະດັບດີຂຶ້ນໄປ.

4. ມີຄວາມກະຕືລືລົ້ນ, ຮັກໃນການເຮັດວຽກບໍລິການ, ຊື່ສັດ, ອົດທົນ, ສາມາດເຮັດວຽກເປັນທີມ, ເປັນຜຽນໝູນວຽກກັນທັງກາງເວັນ-ກາງຄືນ ແລະ ເຮັດວຽກພາຍໃຕ້ຄວາມກົດດັນຈາກຜູ້ໂດຍສານໄດ້.

5. ມີຄວາມຮັບຜິດຊອບສູງ, ມີລະບຽບວິໄນສູງ ແລະ ມີຄວາມສາມັກຄີກັບເພື່ອນຮ່ວມງານໄດ້ດີ.

6; ສາມາດເຮ້ດວຽກວັນເສົາ-ອາທິດ ຫຼື ຕາມການມອບໝາຍຂອງບໍລິສັດ.

7. ມີປະຫວັດຈະແຈ້ງ, ບໍ່ເຄີຍພົວພັນກັບຢາເສບຕິດ ແລະ ບໍ່ຖືກສານຕັດສິນຄະດີມາກ່ອນ.

8. ມີທີ່ພັກອາໄສ ແລະ ພາຫະນະທຽວວຽກກຸ້ມຕົນເອງ.

🔵ການຄັດເລືອກ ແມ່ນສອບເສັງ ແລະ ສໍາພາດ ທາງດ້ານຄວາມຮູ້ທົ່ວໄປ ພາສາອັງກິດ, ພາສາຈີນ ແລະ ພາສາເກົາຫຼີ.

🔵ສະຖານທີ່ເຮັດວຽກແມ່ນໃຫ້ບໍລິການຜູ້ໂດຍສານໃນຖ້ຽວບິນ ແລະ ບັນດາສະໜາມບິນ ທີ່ລັດວິສາຫະກິດ ການບິນລາວ ບິນເຊື່ອມຈອດ.

📃ເອກະສານປະກອບໃນການສະໝັກ

1. ໃບສະເໜີຂໍເຂົ້າເຮັດວຽກ (ພົວພັນເອົານໍາ ພະແນກຈັດຕັ້ງ ແລະ ພະນັກງານ ຫຼື ດາວໂຫຼດອອນລາຍ) 01 ສະບັບ.

2. ຊີວະປະຫວັດຫຍໍ້ ເປັນພາສາລາວ 01 ສະບັບ.

3. Curriculum Vitae (CV) 01 ສະບັບ.

4. ໃບປະກາດສະນີຍະບັດການສຶກສາ, ວິຊາຊີບ ແລະ ໃບຜ່ານງານ(ຖ້າມີ) 01 ສະບັບ.

5. ໃບຢັ້ງຢືນທີ່ຢູພ້ອມຕິດຮູບຂະຫນາດ 3×4 ທີ່ຖ່າຍບໍ່ເກີນ 01 ເດືອນ 01 ສະບັບ.

6. ໃບແຈ້ງໂທດ 01 ສະບັບ.

7. ໃບຢັ້ງຢືນການກວດສຸຂະພາບ ບໍ່ເກີນ 03 ເດືອນ 01 ສະບັບ.

8. ໃບຢັ້ງຢືນການຮັບປະກັນຈາກຜູ້ປົກຄອງ ຫຼື ຄອບຄົວ 01 ສະບັບ.

9. ສໍາເນົາບັດປະຈໍາຕົວ ຫຼື ສໍາມະໂນຄົວ.

➡️ສາມາດພົວພັນເອົາແບບຟອມສະໝັກໄດ້ທີ່ ລັດວິສາຫະກິດການບິນລາວ,ສຳນັກງານໃຫຍ່ສະໜາມບິນວັດໄຕ,ພະແນກຈັດຕັ້ງ ແລະ ພະນັກງານ ໂທ: 021 513150, 020 22018863, 020 55799577, 020 22216547 ຫຼື ດາວໂຫຼດແບບຟອມທີ່ https://bit.ly/LaoAirlinesCrew ຫຼື ສະແກນທີ່ QR ໃນພາບ.