ພິທີມອບ-ຮັບໜ້າທີ່ ຫົວໜ້າກົມການບິນພົນລະເຮືອນລາວ ແລະ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ການບິນລາວ ຜູ້ເກົ່າ-ຜູ້ໃຫມ່.
ໃນວັນທີ 19 ກຸມພາ 2025 ນີ້ໄດ້ມີພິທີມອບ-ຮັບໜ້າທີ່ ຫົວໜ້າກົມການບິນພົນລະເຮືອນລາວ ແລະ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ການບິນລາວ ຜູ້ເກົ່າ-ຜູ້ໃຫມ່ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ.

* ທ່ານ ຄຳຫຼ້າ ພົມມະວັນ ເປັນຫົວໜ້າກົມການບິນພົນລະເຮືອນລາວ (ຜູ້ໃຫມ່, ຍົກຍ້າຍຕຳແໜ່ງຈາກ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ການບິນລາວ )
* ທ່ານ ວຽງໄຊ ສິງຄຳ ເປັນຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ການບິນລາວ (ຜູ້ໃຫມ່, ຍົກຍ້າຍຕຳແໜ່ງຈາກ ຫົວໜ້າກົມການບິນພົນລະເຮືອນລາວ).

