ເຊັກອິນອອນລາຍ - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ເຊັກອິນອອນລາຍ

ເຊັກອິນດ້ວຍຕົນເອງງ່າຍໆທີ່ນີ້ດ້ວຍເວັບເຊັກອິນ

ກຽມພ້ອມການເດີນທາງທີ່ເພິດເພີນ ແລະ ສະດວກສະບາຍກັບການບິນລາວ!

1. ເວລາສຳລັບການເຊັກອິນອອນລາຍ
  • ຖ້ຽວບິນພາຍໃນປະເທດ: ສາມາດເລີ່ມເຊັກອິນໄດ້ ຕັ້ງແຕ່ 24 ຊົ່ວໂມງຫາ 1 ຊົ່ວໂມງກ່ອນອອກເດີນທາງ
  • ຖ້ຽວບິນລະຫວ່າງປະເທດ: ການເຊັກອິນອອນລາຍສຳລັບຖ້ຽວບິນລະຫວ່າງປະເທດຖືກປິດການໃຊ້ງານຊົ່ວຄາວ, ເນື່ອງຈາກມີຄວາມຈຳເປັນທີ່ຕ້ອງກວດກາເອກະສານເພີ່ມເຕີມຢູ່ສະໜາມບິນ
2. ກໍລະນີເຫຼົ່ານີ້ແມ່ນບໍ່ສາມາດເຊັກອິນອອນລາຍໄດ້:
  • ຜູ້ໂດຍສານທີ່ເດີນທາງພ້ອມແອນ້ອຍ(ອາຍຸຕ່ຳກ່ວາ 2 ປີ) ຫຼື ຜູ້ໂດຍສານຖືພາ
  • ຜູ້ໂດຍສານມີຂໍ້ຈຳກັດດ້ານການເຄື່ອນໄຫວ(ເສຍອົງຄະ) ຫຼື ຕ້ອງການຄວາມຊ່ວຍເຫຼືອເປັນພິເສດ
  • ເດັກນ້ອຍເດີນທາງຄົນດຽວໂດຍບໍ່ມີຜູ້ປົກຄອງ (UMNR)
  • ມີຜູ້ໂດຍສານຫຼາຍກວ່າ 9 ຄົນ ຢູ່ໃນລະຫັດການຈອງດຽວກັນ
  • ກະເປົາເຊັກອິນທັງໝົດຈະຕ້ອງໄປແຈ້ງຢູ່ເຄົາເຕີເຊັກອິນ
3. ບັດຂຶ້ນເຮືອບິນ

ຜູ້ໂດຍສານຕ້ອງພິມບັດຂຶ້ນເຮືອບິນແບບອີເລັກໂຕນິກ ແລະ ສະແດງຢູ່ຈຸດກວດກາຄວາມປອດໄພຂອງສະໜາມບິນ

ເພື່ອຈັດການການຈອງ ຫຼື ຮ້ອງຂໍການບໍລິການຫຼັງຈາກເຊັກອິນ, ກະລຸນາຕິດຕໍ່ເຄົາເຕີສະຫນາມບິນໂດຍກົງ