ແຈ້ງປີ້ອອນລາຍ - ເວັບໄຊທ໌ທາງການຂອງການບິນລາວ

ເວັບໄຊທ໌ທາງການຂອງການບິນລາວ

ແຈ້ງປີ້ອອນລາຍ

ແຈ້ງປີ້ດ້ວຍຕົນເອງງ່າຍໆທີ່ນີ້ດ້ວຍເວັບເຊັກອິນ

ກຽມພ້ອມການເດີນທາງທີ່ເພິດເພີນ ແລະ ສະດວກສະບາຍກັບການບິນລາວ!

1. ເວລາສຳລັບການແຈ້ງປີ້ອອນລາຍ
  • ສໍາລັບຖ້ຽວບິນພາຍໃນປະເທດ ແມ່ນສາມາດເລີ່ມເຊັກອິນໄດ້ ຕັ້ງແຕ່ 24 ຊົ່ວໂມງຫາ 1 ຊົ່ວໂມງກ່ອນອອກເດີນທາງ.
  • ການເຊັກອິນອອນລາຍສຳລັບຖ້ຽວບິນລະຫວ່າງປະເທດຖືກປິດການໃຊ້ງານຊົ່ວຄາວ, ເນື່ອງຈາກມີຄວາມຈຳເປັນທີ່ຕ້ອງກວດກາເອກະສານເພີ່ມເຕີມຢູ່ສະໜາມບິນ.
2. ກໍລະນີເຫຼົ່ານີ້ແມ່ນບໍ່ສາມາດເຊັກອິນອອນລາຍໄດ້:
  • ຜູ້ໂດຍສານທີ່ເດີນທາງພ້ອມແອນ້ອຍ(ອາຍຸຕ່ຳກ່ວາ 2 ປີ) ຫຼື ຜູ້ໂດຍສານຖືພາ.
  • ຜູ້ໂດຍສານມີຂໍ້ຈຳກັດດ້ານການເຄື່ອນໄຫວ(ເສຍອົງຄະ) ຫຼື ຕ້ອງການຄວາມຊ່ວຍເຫຼືອເປັນພິເສດ.
  • ເດັກນ້ອຍເດີນທາງຄົນດຽວ (UMNR).
  • ມີຜູ້ໂດຍສານຫຼາຍກວ່າ 9 ຄົນ ຢູ່ໃນລະຫັດການຈອງດຽວກັນ
  • ກະເປົາເຊັກອິນທັງໝົດຈະຕ້ອງໄປແຈ້ງຢູ່ເຄົາເຕີເຊັກອິນ
  • 3. Boarding Pass

    ຜູ້ໂດຍສານຕ້ອງພິມບັດຂຶ້ນເຮືອບິນແບບອີເລັກໂຕນິກ ແລະ ສະແດງຢູ່ຈຸດກວດກາຄວາມປອດໄພຂອງສະໜາມບິນ.

    ເພື່ອຈັດການການຈອງ ຫຼື ຮ້ອງຂໍການບໍລິການຫຼັງຈາກເຊັກອິນ, ກະລຸນາຕິດຕໍ່ເຄົາເຕີສະຫນາມບິນໂດຍກົງ.