fbpx

Lao Airlines Official Website

ພິທີມອບ-ຮັບໜ້າທີ່ ລະຫວ່າງຜູ້ອຳນວຍການ ລັດວິສາຫະກິດການບິນລາວ ຜູ້ເກົ່າ ແລະ ຜູ້ໃໝ່

     ໃນຕອນເຊົ້າ ວັນທີ 24 ກັນຍາ (09) 2018 ລັດວິສາຫະກິດການບິນລາວ ໄດ້ຈັດກອງປະຊຸມປະກາດການຈັດຕັ້ງຂຶ້ນ. ພາຍໃຕ້ການເປັນປະທານ ຂອງທ່ານ ປອ. ບຸນຈັນ ສິນທະວົງ ລັດຖະມົນຕີ ການຊວງໂຍທາທິການ ແລະ ຂົນສົ່ງ, ມີທ່ານ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານອົງການກວດກາລັດຖະບານ, ທ່ານຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າກົມການບິນພົນລະເຮືອນ ກະຊວງ ຍທຂ, ພ້ອມດ້ວຍພະນັກງານພາຍໃນລັດວິສາຫະກິດການບິນລາວ ແລະ ແຂກຖືກເຊິນ ເຂົ້າຮ່ວມ.

 

     ໃນໂອກາດດັ່ງກ່າວ, ທ່ານ ລັນ ແສງອາພອນ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ຍທຂ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 21638/ຍທຂ, ລົງວັນທີ 21/09/2018 ວ່າດ້ວຍການໂຍກຍ້າຍທ່ານ ປອ. ສົມພອນ ດວງດາລາ ຜູ້ອໍານວຍການ ລັດວິສາຫະກິດການບິນລາວ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ແລະ ຜ່ານດໍາລັດສະບັບເລກທີ 294/ນຍ. ລົງວັນທີ 14/09/2018 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນມາ ຈັນທະວົງສາ ເປັນຜູ້ອໍານວຍການ ລັດວິສາຫະກິດການບິນລາວ (ຜູ້ໃໝ່).

 

     ໃນໂອກາດດຽວກັນ ທ່ານ ປອ. ບຸນຈັນ ສິນທະວົງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທີ່ໄດ້ຮັບການແຕ່ງຕັ້ງ ແລະ ຮັບໜ້າທີ່ໃໝ່ໃນຄັ້ງນີ້. ອັນສໍາຄັນ, ທ່ານໄດ້ເນັ້ນໜັກໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ພາຍໃນລັດວິສາຫະກິດການບິນລາວ ຈົ່ງພ້ອມກັນເອົາໃຈໃສ່ລົງເລິກວຽກການເມືອງແນວຄິດ ດ້ວຍຄວາມເປັນເອກະພາບສູງ, ກໍາໄດ້ບັນດາຂໍ້ຫ້າມ, ຂໍ້ກໍານົດ, ກົດໝາຍ, ລະບຽບການຕ່າງໆຂອງພັກ, ຂອງລັດຖະບານ ແລະ ຂອງລັດວິສາຫະກິດ ວາງອອກໃນແຕ່ລະໄລຍະ ເພື່ອຮັບປະກັນແກ່ການດໍາເນີນທຸລະກິດຢ່າງມີປະສິດທິຜົນ; ກະກຽມຄວາມພ້ອມ ໃນຍຸກທີ່ມີການແຂ່ງຂັນສູງທາງດ້ານທຸລະກິດການບິນ ແລະ ນໍາພາການຜະລິດທຸລະກິດ ໃຫ້ໄດ້ຮັບຜົນສໍາເລັດ; ພ້ອມດຽວກັນນັ້ນ ກໍ່ໃຫ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ໃນຂົງເຂດວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ຖືກຕ້ອງຕາມລະບຽບຫຼັກການ, ສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງ ຂອງດໍາເນີນທຸລະກິດໃນໄລຍະໃໝ່.

Gallery